ບໍ່ຈົບງ່າຍ!! ປູຕິນ ສັ່ງຟ້ອງສະຫະລັດ ທີ່ປິດສະຖານກົງສຸນໃຫຍ່-ສຳນັກງານເສດຖະກິດ ໃນສະຫະລັດ


ການຕອບໂຕ້ດ້ວຍມາດຕະການທາງການທູດ ລະຫວ່າງສະຫະລັດ ແລະ ລັດເຊຍຍັງດຳເນີນຕໍ່ໄປ ລ່າສຸດໂຄສົກປະຈຳທຳນຽບປະທານາທິບໍດີ ວາລາດິເມຍ ປູຕິນ ຂອງລັດເຊຍລະບຸວ່າ ປະທານາທິບໍດີ ປູຕິນ ໄດ້ສັ່ງໃຫ້ລັດຖະມົນຕີຕ່າງປະເທດລັດເຊຍ ຍື່ນຟ້ອງສະຫະລັດ ຕໍ່ຄຳສັ່ງປິດສະຖານກົງສຸນໃຫຍ່ລັດເຊຍ ໃນຊານຟານຊິສໂກ ລວມເຖີງສຳນັກງານເສດຖະກິດລັດເຊຍ ໃນກຸງ ວໍຊິງຕັນ ແລະ ນະຄອນນິວຍອກ. ນອກຈາກນີ້ ຍັງມີລາຍງານວ່າ ປູຕິນ ໄດ້ອອກຄຳສັ່ງໃຫ້ສະຫະລັດຫຼຸດຈຳນວນເຈົ້າໜ້າທີ່ການທູດສະຫະລັດທີ່ເຮັດວຽກໃນລັດເຊຍອີກຄັ້ງ ຫຼັງຈາກມີຄຳສັ່ງລັກສະນະດັ່ງກ່າວໄປແລ້ວເມື່ອຕົ້ນເດືອນຜ່ານມາ ໂດຍລະບຸວ່າກຳລັງຕິດຕາມເບີ່ງພັດທະນາການຂອງສະຖານະການທີ່ເກີດຂື້ນວ່າເປັນແນວໃດ. ດ້ານໂຄສົກການຕ່າງປະເທດສະຫະລັດອອກມາຢືນຢັນ ເຖີງຄວາມເຊື່ອໝັ້ນຕໍ່ຄວາມຖືກຕ້ອງໃນການຕັດສິນໃຈສັ່ງປິດ ສຳນັກງານຂອງລັດເຊຍທັງ 3 ແຫ່ງໃນສະຫະລັດ ໂດຍລະບຸວ່າ ສະຫະລັດທຳການດັ່ງກ່າວ ພາຍໃຕ້ຈຸດຍືນເລື່ອງຄວາມເທົ່າທຽມ ຢ່າງໃດກໍ່ດີຈະບໍ່ໃຫ້ຄວາມເຫັນເລື່ອງການຄາດການ ແລະ ເຫັນວ່າບໍ່ມີຄວາມຈຳເປັນ ທີ່ທັງ 2 ຝ່າຍຈະຕ້ອງດຳເນີນການໃດໆເພີ່ມເຕີມ.
Powered by Blogger.