ອີລອນ ມາກ ຊີອິໂອຂອງບໍລິສັດ ເທສລາ ແລະ ສະເປສເອ໊ກສ. ທໍານາຍວ່າອາດຈະເກີດສົງຄາມໂລກຄັ້ງທີ 3 ຈາກການຍາດຊິງຄວາມເປັນມະຫາອໍານາດດ້ານປັນຍາປະດິດ ຫຼື Inteligencia Artificial( IA)



ອີລອນ ມາກ ທໍານາຍວ່າອາດເກີດສົງຄາມລົງຄັ້ງທີ 3 ທີ່ບໍ່ແມ່ນຈາກການທົດລອງທົດລອງລະເບີດນິວເຄຼຍ ຫຼື ຂີປະນາວຸດທໍາລາຍລ້າງ ແຕ່ຫາກຈະເກີດຈາກການຍາດຊີງຄວາມເປັນໜຶ່ງດ້ານມະຫາອໍານາດໃນການສ້າງປັນຍາປະດິດ ທີ່ຫຼາຍປະເທດກໍາລັງໃຫ້ຄວາມສົນໃຈ ເຊິ່ງບໍ່ເວັ້ນແມ້ແຕ່ ປະທານາທິບໍດີ ຣັດເຊຍ ທ່ານ ວາລະວາເມຍ ປູນຕິນ ກໍຍັງອອກມາເວົ້າວ່າ “ ປັນຍາປະດິດຄື ອະນາຄົດ”  ໃນກອງປະຊຸມ BRICS ທີ່ ສປ ຈີນ 






ປັດຈຸບັນມີປະເທດ ສປ ຈີນ, ສ. ອາເມລິກາ ແລະ ອິນເດຍເປັນຜູ້ນໍາ ແລະ ນໍາໜ້າໃນຫຼາຍປະເທດກ່ຽວກັບການຜະລິດທີ່ເກີດຈາກປັນຍາປະດິດ ໂດຍ ທ່ານ ວາລະວາເມຍ ປູນຕິນ ຍັງກ່າວໃນຕອນໜຶ່ງວ່າ ປະເທດທີ່ມີຄວາມກ້າວໜ້າໃນດ້ານປັນຍາປະດິດຈະໄດ້ປຽບສະເໜືອເປັນມະຫາອໍານາດ ຫຼື ຜູ້ນໍາໂລກ. 





Powered by Blogger.