ເສັ້ນທາງລົດໄຟ ລາວ-ຈີນ ຢູ່ແຂວງຫລວງພະບາງ ມີຄວາມຄືບໜ້າຫລາຍດ້ານ
ການປະຕິບັດໂຄງການ ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທີ່ແຂວງຫລວງພະບາງ ໄດ້ຮັບຜິດຊອບ ມີ 2 ໄລຍະສັນຍາ ຄື: ໄລຍະສັນຍາທີ 3 ຮັບເໝົາກໍ່ສ້າງ ໂດຍກຸ່ມບໍລິສັດທາງລົດໄຟ ເລກ 8 ສປ ຈີນ ແລະ ໄລຍະສັນຍາທີ 4 ຮັບເໝົາກໍ່ສ້າງ ໂດຍກຸ່ມບໍລິສັດ ຊີໂນຮີໂດຣ. ມີ 6 ສະຖານີ, ໃນນີ້ສະຖານີໃຫຍ່ 1 ແຫ່ງ ຕັ້ງຢູ່ບ້ານພິກນ້ອຍ ເມືອງຫລວງພະບາງ ແລະ ສະຖານີນ້ອຍ 5 ແຫ່ງ ຄື: ຢູ່ເມືອງຈອມເພັດ 2 ແຫ່ງ ແລະ ເມືອງຊຽງເງິນ 3 ແຫ່ງ. ເສັ້ນທາງຜ່ານ ແຂວງຫລວງພະບາງມີ 80 ກິໂລແມັດ, ຜ່ານ 3 ເມືອງ 29 ບ້ານ ຄື: ເມືອງຫລວງພະບາງ 11 ກິໂລແມັດ, ມີ 8 ບ້ານ, ຜ່ານເມືອງຈອມເພັດ 19 ກິໂລແມັດ, ມີ 7 ບ້ານ ແລະ ເມືອງຊຽງເງິນ 50 ກິໂລແມັດ, ມີຂົວ 30 ແຫ່ງ ເຊິ່ງໄດ້ລົງມືກໍ່ສ້າງແລ້ວ 2 ແຫ່ງ ຄື: ຂົວຂ້າມນໍ້າຂອງ ແລະ ອຸມົງ 22 ແຫ່ງ, ລົງມືກໍ່ສ້າງແລ້ວ 9 ແຫ່ງ.
ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ໃນຄະນະຮັບຜິດຊອບ ໂຄງການກໍ່ສ້າງລົດໄຟ ລາວ-ຈີນ ຢູ່ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ມາຮອດປັດຈຸບັນ ແມ່ນສາມາດປະເມີນຄວາມຄືບໜ້າ ໄດ້ຫລາຍດ້ານ ຄື: ສໍາເລັດການຈັດສັນຊົ່ວຄາວໃຫ້ 3 ຄອບຄົວ ທີ່ຖືກຜົນກະທົບ ຕໍ່ການສ້າງອຸມົງ ໂດຍການເຊົ່າເຮືອນໃຫ້ ແລະ ຍັງຢູ່ໃນຂັ້ນຕອນຄົ້ນຄ້ວາ ຈັດສັນທີ່ດິນຊົດເຊີຍ; ສໍາເລັດການເກັບຂໍ້ມູນທີ່ດິນ ເພື່ອກໍ່ສ້າງຕາຂ່າຍໄຟຟ້າ ເຂົ້າຫາຈຸດກໍ່ສ້າງອຸມົງ ແລະ ກໍ່ສ້າງຕາຂ່າຍໄຟຟ້າຂ້າມນໍ້າຂອງ ໄປຫາເມືອງຈອມເພັດ, ສໍາເລັດການກໍານົດ ຈຸດທີ່ຕັ້ງສາງມ້ຽນວັດສະດຸ ຂອງບໍລິສັດຮັບເໝົາກໍ່ສ້າງ, ສໍາເລັດການກໍານົດ ຈຸດຖິ້ມດິນການເຈາະອຸມົງ, ລວມທັງການຄົ້ນຄ້ວາພິຈາລະນາ ກໍານົດລາຄາຫົວໜ່ວຍ ຄ່າຊົດເຊີຍສິ່ງກີດຂວາງ ຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ໄດ້ລົງເຜີຍແຜ່ ສຶກສາອົບຮົມແນວຄິດ ໃຫ້ປະຊາຊົນໄດ້ 23 ບ້ານ ແລະ ພວມຈັດຕັ້ງປະຕິບັດອີກ 6 ບ້ານ ຢູ່ເມືອງຊຽງເງິນ.
ແຂວງຫລວງພະບາງ ມີປະຊາຊົນໄດ້ຮັບຜົນກະທົບ 29 ບ້ານ, 241 ຄອບຄົວ, ໃນນັ້ນດິນທໍາການຜະລິດ 253 ຕອນ, ມີເນື້ອທີ່ທັງໝົດ 92.691 ເຮັກຕາ, ຕົ້ນໄມ້ປະເພດຕ່າງໆ 60.291 ຕົ້ນ, ເຄື່ອງປູກປະເພດສຸມ, ສິ່ງປຸກສ້າງ 145 ຫລັງ, ເຮືອນຢູ່ອາໄສ 104 ຫລັງ ທີ່ຈໍາເປັນຕ້ອງຍົກຍ້າຍໄປບ່ອນໃໝ່, ໂຮງຮຽນປະຖົມ 5 ຫລັງ, ເລົ້າເຂົ້າສາມັກຄີ 1 ບ້ານ, ສະໂມສອນ 1 ຫລັງ. ຄຽງຄູ່ກັນນັ້ນ, ການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ຍັງພົບບັນຫາຫຍຸ້ງຫຍາກຫລາຍດ້ານ ເປັນຕົ້ນ ແມ່ນການກໍ່ສ້າງຢູ່ບາງບ່ອນ ຂອງບໍລິສັດຮັບເໝົາກໍ່ສ້າງ ມີລັກສະນະຟ້າວຟັ່ງ ແຕ່ການເກັບກໍາຂໍ້ມູນບໍ່ທັນສໍາເລັດ, ການປະຕິບັດວຽກງານໄກເກ່ຍ ຍັງພົບຄວາມຫຍຸ້ງຫຍາກ ເນື່ອງຈາກຍັງບໍ່ທັນໄດ້ກໍານົດ ຄ່າຫົວໜ່ວຍຊົດເຊີຍ ເຮັດໃຫ້ຜູ້ຖືກຜົນກະທົບ ຂາດຄວາມເຊື່ອໝັ້ນ ແລະ ການປະສານສົມທົບ ລະຫວ່າງ ວິຊາການຂອງບໍລິສັດຮັບເໝົາ ແລະ ວິຊາການຂອງແຂວງ ຍັງເຮັດບໍ່ທັນໄດ້ດີ.
ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ