ປີ 2017 ຜ່ານໄປເຄິ່ງປີ ຄວາມໄວອິນເຕີເນັດລາວຢູ່ອັນດັບທີເທົ່າໃດຂອງໂລກ ?

http://183.182.100.162:8080/sites/default/files/


ອິນເຕີເນັດກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງເຮົາທີ່ເກືອບວ່າຈະຂາດບໍ່ໄດ້ມັນແຊກຊຶມເຂົ້າໄປໃນທຸກໆການເຄື່ອນໄຫວບໍ່ວ່າຈະເປັນຄວາມບັນເທີງ, ການສຶກສາ, ຂ່າວສານ ຫຼື ກະທັ້ງການເຮັດທຸລະກິດ. ໃນໜຶ່ງປີທີ່ຜ່ານມາປະລິມານການນຳໃຊ້ອິນເຕີເນັດໃນທົ່ວໂລກເພີ່ມຂຶ້ນກວ່າ 70% ແລະ ຄວາມໄວຂອງອິນເຕີເນັດທົ່ວໂລກເພີ່ມຂຶ້ນສະເລ່ຍ 15% ແລ້ວອິນເຕີເນັດໃນປະເທດລາວເຮົາໄວສ່ຳໃດເມື່ອທຽບກັບບັນດາປະເທດທົ່ວໂລກ? ມື້ນີ້ເຮົາຈະພາໄປຮູ້ນຳກັນ
ໃນຂະນະທີ່ອັນດັບໜຶ່ງຂອງໂລກຕິດຕໍ່ກັນມາຫຼາຍປີຍັງຄົງເປັນເກົາຫຼີໃຕ້ ເພື່ອນບ້ານອາຊີຂອງເຮົາເອງ ເຊິ່ງຄວາມໄວອິນເຕີເນັດສະເລ່ຍຂອງຕົ້ນປີ 2017 ຢູ່ທີ່ 28.6 Mbps (ເມັກກະບິດຕໍ່ນາທີ) ໂດຍຄວາມໄວສະເລ່ຍນີ້ຫຼຸດລົງຈາກປີກ່ອນ 1.7% ສ່ວນໃນລາວເຮົາ ຕົ້ນປີ 2017 ທີ່ຜ່ານມາ, ຄວາມໄວສະເລ່ຍຂອງອິນເຕີເນັດຢູ່ທີ່ 4 Mbps ແລະ ຄວາມໄວສູງສຸດສະເລ່ຍຢູ່ທີ່ 58.2 Mbps.
ຈາກຂໍ້ມູນຂອງ Akamai, ຖ້າຈັດອັນດັບສະເພາະໃນບັນດາປະເທດອາຊຽນນຳກັນເອງກໍ່ຖືວ່າເປັນໂຕເລກທີ່ໜ້າຕົກໃຈກັນເລີຍເພາະຄວາມໄວອິນເຕີເນັດຂອງລາວຕິດອັນດັບສຸດທ້າຍຈາກທັງໝົດ 10 ປະເທດຮອງຈາກມຽນມາທີ່ຄວາມໄວໃກ້ຄຽງກັບລາວ ຢູ່ທີ່ 4.35 Mbps ເຊິ່ງຕິດອັນດັບ 9 ສ່ວນອັນດັບ 1, 2 ແລະ 3 ໄດ້ແກ່: ສິງກະໂປ, ໄທ ແລະ ຫວຽດນາມຕາມລຳດັບ.
ໃນສ່ວນຂອງການຈັດອັນດັບໂລກ Akamai ບໍ່ໄດ້ເປີດເຜີຍຂໍ້ມູນອັນດັບຂອງປະເທດລາວແຕ່ຈາກການສັງເກດຂໍ້ມູນລາຍງານປະເທດອີຣານມີຄວາມໄວອິນເຕີເນັດສະເລ່ຍຢູ່ທີ່ 4.7 Mbps ຕິດອັນດັບທີ 104 ຂອງໂລກ ແລະ ປະເທດໄນຈີເຣຍມີຄວາມໄວອິນເຕີເນັດສະເລ່ຍຢູ່ທີ່ 3.9 Mbps ຕິດອັນດັບ 114, ສະນັ້ນເນື່ອງຈາກຄວາມໄວອິນເຕີເນັດສະເລ່ຍຂອງປະເທດລາວຢູ່ທີ່ 4 Mbps ຈຶ່ງຄາດວ່າໜ້າຈະຢູ່ໃນອັນດັບລະຫວ່າງ 104 -​ 114.
http://183.182.100.162:8080/sites/default/files/


http://183.182.100.162:8080/sites/default/files/


ຂໍຂອບໃຈຂໍ້ມູນຈາກ: Akamai

Powered by Blogger.