ທົ່ວໂລກກຳລັງຕິດຕາມ ຫຼັງເກົາຫຼີເໜືອຍິງຂີປະນາວຸດຂ້າມປະເທດຢີປຸ່ນ ! ຢີປຸ່ນເດືອດ ຫວັນຕອບໂຕ້ຄືນດ້ວຍກຳລັງ !

ຫຼັງຈາກເກີດເຫດລັດຖະບານຍີ່ປຸ່ນອອກປະກາດເຕືອນໄພດ້ານຄວາມໝັ້ນຄົງທົ່ວພາກເໜືອຂອງປະເທດ ໃນຂະນະທີ່ທ່ານ ຊິນ ໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວປະນາມເຫດການທີ່ເກີດຂຶ້ນວ່າ ເປັນໄພຮຸກຮານທີ່ຮ້າຍແຮງ ຕໍ່ອະທິປະໄຕຂອງຍີ່ປຸ່ນ ລວມເຖິງສະຖຽນລະພາບ ແລະ ຄວາມໝັ້ນຄົງໃນລະດັບພູມມິພາກ ໂດຍມາດຕະການໃນເບື້ອງຕົ້ນຕໍ່ຈາກນີ້ຈະເລີ່ມຈາກການສະແດງອອກຕາມພິທີການທູດ ຜ່ານຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຮ່ວມທັງການຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມກັນເພີ່ມແຮງກົດດັນຕໍ່ລັດຖະບານເກົາຫຼີເໜືອ