ພະຍາບານຊາຍເຢຍລະມັນ ຂ້າຄົນເຈັບລາຍກວ່າ 84 ສົບ


ສຳນັກຂ່າວເອພີລາຍງານຈາກກຸງເບີລີນ ປະເທດເຢຍລະມັນເມື່ອວັນທີ 28 ສິງຫາວ່າ ທ້າວ ນິວ ໂຮເກລ ອາດີດພະຍາບານຊາຍຖືກຕັດສິນຄະດີເມື່ອປີ 2558 ມີຄວາມ ຜິດຖານຂ້າຜູ້ອື່ນໂດຍເຈດຕະນາ 2 ກະທົງ ແລະພະຍາຍາມຂ້າອີກ 2 ກະທົງ ທີ່ຄລີນິກແຫ່ງໜຶ່ງໃນເມືອງໂອລເດນບວກ ທາງພາກຕາເວັນຕົກສຽງເໜືອຂອງເຢຍລະມັນ ແລະໃຫ້ລົງໂທກຕິດຄຸກຕະຫຼອດຊີວິດ ແຕ່ຄະນະໄອຍາການເຊື່ອວ່າໂຮເກລສັງຫານປະຊາຊົນຫຼາຍກວ່ານີ້ ແລະປີກາຍໂຕເລກຢູ່ທີ່ຢ່າງໜ້ອຍ 43 ຄົນ
ຄະດີຄາດຕະກຳອຳພາງຖືກເປີດເຜີຍຄວາມຈິງ ຫຼັງຈາກທີ່ໂຮຫຼເກລຖືກຕັດສິນວ່າມີຄວາມຜິດຖານພະຍາຍາມຂ້າໃນອີກຄະດີໜຶ່ງ ແລະຕໍ່ມາຄະນະເຈົ້ານ້າທີ່ໜ່ວຍພິສູດຫຼັກຖານໄດ້ທຳການສອບສວນກສຍເສຍຊີວິດຂອງປະຊາຊົນຫຼາຍຮ້ອຍຄົນ ລວມເຖິງຂຸດສົບຂອງອາດີດຄົນເຈັບຫຼາຍຄົນໃນເມືອງເດລເມນຮອສ ແລະເມືອງໂອລເດນບວກທີ່ຢູ່ໃກ້ກັນ
ທ້າວ ໂຍຮັນ ເຄີເມ່ ຫົວໜ້າສຳນັກງານຕຳຫຼວດເມືອງໂອລເດນບວກ ເຜີຍເມື່ອວັນຈັນວ່າ ຕອນນີ້ເຈົ້າໜ້າທີ່ພົບຫຼັກຖານການສັງຫານຄົນເຈັບ 84 ຄົນ ນອກເໜືອຈາກທີ່ໂຮເກລຖືກສານຕັດສິນຄວາມຜິດໄປແລ້ວ ແລະມີຄວາມເປັນໄປໄດ້ທີ່ຈຳນວນຄົນເຈັບທີ່ເສຍຊີວິດຈາກຝີມືຂອງໂຮເກລຈະສູງກວ່ານີ້ ເນື່ອງຈາກສົບເຫຍື່ອບາງລາຍຖືກເຜົາເຮັດໃຫ້ເປັນໄປບໍ່ໄດ້ທີ່ຈະລວບລວມພະຍານຫຼັກຖານ
ເຄີເມ່ ກ່າວອີກວ່າ ການເສຍຊີວິດຂອງຄົນເຈັບຈຳນວນຫຼາຍໃນຄະດີນີ້ສາມາດປ້ອງກັນໄດ້ ຫາກພຍງແຕ່ຜູ້ທີ່ມີໜ້າທີ່ຮັບຜິດຊອບໃນຂະນະນັ້ນ ໂດຍສະເພາະທີ່ຄລີນິກໃນເມືອງໂອລເດນບວກ ແລະເມືອງເດລເມນຮອສໃນເວລາຕໍ່ມາ ບໍ່ລີລໍທີ່ຈະແຈ້ງຕໍ່ເຈົ້ານ້າທີ່ເຊັ່ນຕຳຫຼວດໄອຍາການ

 cr : http://news.com.la
Powered by Blogger.