ສະຫະລັດ ສົ່ງເຮືອພິຄາດລຸຍທົດສອບທະເລຈີນໃຕ້

ສຳນັກຂ່າວຣອຍເຕີລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 10 ສິງຫາວ່າ ປະຕິບັດການທົດສອບເສລີພາບການເດີນເຮືອໃນທະເລຈີນໃຕ້ ມີຂື້ນຂະນະທີ່ປະທານາທິບໍດີໂດນັລ ທຣຳ ຜູ້ນຳສະຫະລັດ ພະຍາຍາມຂໍຄວາມຮ່ວມມືຈາກຈີນ ເພື່ອຈັດການກັບໂຄງການຂີປະນາວຸດແລະນິວເຄຍຂອງເກົາຫຼີເໜືອ ແລະອາດສ້າງຄວາມຫຍຸ້ງຍາກຊັບຊ້ອນຕໍ່ຄວາມພະຍາຍາມຫາຈຸດຢືນຮ່ວມກັນ
ເຈົ້າໜ້າທີ່ທາງການສະຫະລັດເຜີຍວ່າ ເຮືອພິຄາດ ຈອນ ເອສ. ແມັກເຄນ ແລ່ນເຂົ້າໃກ້ເກາະປະກາລັງມິສຊີບ ຣີບ ໃນໝູ່ເກາະສະແປຣດລີ ເຊິ່ງເປັນການທົດສອບເສລີພາບການເດີນເຮືອ ໃນທະເລຈີນໃຕ້ເປັນຄັ້ງທີ 3 ນັບຕັ້ງແຕ່ທຣຳດຳລົງຕຳແໜ່ງປະທານາທິບໍດີຂອງສະຫະລັດ ເບືອງຕົ້ນຍັງບໍ່ມີປະຕິກິລິຍາໂຕ້ຕອບຈາກທັງກະຊວງປ້ອງກັນປະເທດ ຫຼືກະຊວງການຕ່າງປະເທດຂອງຈີນ
ປະຕິບັດການຖືເປັນຄວາມພະຍາຍາມລ່າສຸດທີ່ຈະຕໍ່ຕ້ານສິ່ງທີ່ວໍຊິງຕັນເບິ່ງວ່າ ເປັນຄວາມພະຍາຍາມຂອງປັກກິ່ງທີ່ຈະຈຳກັດເສລີພາບໃນການເດີນເຮືອ ໃນນ່ານນ້ຳຍຸດທະສາດ ແລະມີຂື້ນຂະນະທີ່ທຣຳກຳລັງພະຍາຍາມຂໍຄວາມຮ່ວມມືຈາກຈີນ ເພື່ອຄວບຄຸມເກົາຫຼີເໜືອ