ເປີດຂາຍບ້ານແພງທີ່ສຸດໃນອາເມລິກາ ລາຄາ 350 ລ້ານໂດລາ

ເວັບໄຊວາລະສານຊື່ດັງຂອງສະຫະລັດ “ທາມ” ລາຍງານຈາກເມືອງລອສແອນເຈີລີສ ປະເທດສະຫະລັດອາເມລິກາ ເມື່ອວັນທີ 10 ສິງຫາວ່າ ຄະລືຫາດ “ຊາຣເວລ” ຕັ້ງຢູ່ໃນແຖບເບລ-ແອຣ ໃນເມືອງລອສແອນເຈີລີສ ລັດແຄລິຟໍເນຍ ໄດ້ປະກາດຂາຍໃນລາຄາ 350 ລ້ານໂດລາສະຫະລັດ ເຮັດສະຖິຕິເປັນບ້ານທີ່ລາຄາແພງທີ່ສຸດໃນສະຫະລັດ ເຈົ້າຂອງເດີມຄືທ້າວ ເຈີຣີ່ ເພດຣນຊິໂອ ເຈົ້າຂອງເຄືອຂ່າຍທໍລະທັດພາສາສະເປນຂອງສະຫະລັດ “Univision” ທີ່ຫາກໍ່ເສຍີວິດລົງດ້ວຍອາຍຸ 86 ປີ ບ້ານຫຼັງດັ່ງກ່າວມີພື້ນທີ່ 41,682 ຕາລາແມດ ສ້າງຈາກຫີນປູນໂດຍສະຖາປະນິກຊື່ດັງ “ຊຳເນີ ສະປອລດິງ” ໃນປີ 2476 ໃນບ້ານມີຫ້ອງໃຕ້ດິນສຳລັບມ້ຽນວາຍ ຫ້ອງໂຖງ ຫ້ອງບອນລູມ ຫ້ອງຮັບປະທານອາຫານທີ່ຕົກແຕ່ງແບບບູຮານ ນອກຈາກນີ້ ຍັງມີເດີ່ນເທນນິສ ບ້ານພັກແຂກທີ່ອອກແບບໂດຍສະຖາປະນິກຊື່ດັງອີກຄົນ “ວອລເລສ ເນບ” ສະລອຍນ້ຳຍາວ 25 ແມັດ ສະນ້ຳພາຍໃນບ້ານ ແລະບ່ອນຈອດລົດທີ່ສາມາດບັນຈຸໄດ້ຫຼາຍເຖິງ 40 ຄັນ ພາຍໃນອານາບໍລິເວນຍັງລວມອະດີດບ້ານພັກຂອງອະດີດປະທານາທິບໍດີ ໂຣນັລ ເຣແກນ ທີ່ທ້າວແພນຊິໂອ້ຊື້ໄວ້ໃນເດືອນມິຖຸນາ 2559 ອີກດ້ວຍ