ເຫດຄົນຜູກຄໍເສຍຊີວິດ



ແຂວງ ສະຫວັນນະເຂດ ວັນທີ31/10/2017 ເວລາ16:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີເຫດຄົນຜູກຄໍຕາຍ ເຂດ ປ່າບ້ານໜອງເດີນ, ເມືອງໄກສອນ, ແຂວງສະຫວັນນະເຂດ

ເມື່ອທາງທີມງານໄດ້ອອກກວດສອບເຫດ ເຂດປ່າທີ່ປະຊາຊົນ ແຈ້ງມາ ໄດ້ພົບສົບຜູ້ເສຍຊີວິດເປັນເພດຊາຍ ອາຍຸ25ປີ ນຸ່ງເສື້ອກີລາລາຍຂາວຟ້າ, ໃສ່ໂສ້ງຍີ້ນຂາຍາວ , ໃສ່ເກີບທີ່ປົດໄວ້ກ້ອງກົກໄມ້ , ຂີ່ລົດຈັກຍີ່ຫໍ້ເວບ100, ຈອດໄວ້ຫ່າງຈາກປ່າ, ໃນໂຕຜູ້ເສຍຊີວິດມີຊັບສີນ
– ເງີນກີບ 2,775,000 ກີບ
– ເງິນບາດ 6950 ບາດ
– ໂທສັບ 1ເຄື່ອງ
ດັ່ງນັ້ນທາງທີມງານ ຈື່ງໄດ້ປະສານຫາເຈົ້າຫນ້າທີ່ທີ່ກ່ຽວຂ້ອງສົມທົບລົງເກັບກຳຂໍ້ມູນ



















Powered by Blogger.