ດ່ວນ! ອຸບມົງຢູ່ສະຖານທີ່ທົດລອງນີວເຄຣຍຖະຫລົ່ມເສຍຊີວິດ 200 ຄົນ ແລະ ຕິດກັບດັກໃຕ້ອຸບມົງນັບ 100 ຄົນຢູ່ ສປປ ເກົາຫລີ

ອີງຕາມແຫລ່ງໂທລະພາບລັດເຊຍ, ສື່ຊະຮິຂອງຍີ່ປຸ່ນ, ເດຍລີເມຍອັງກິດ ແລະ ລອຍເຕີຂອງສະຫະລັດອາເມລິກາໄດ້ເປີດເຜີຍໃນວັນທີ 31/10/2017 ນີ້ວ່າກໍາມະກອນຫລາຍປະມານ 200 ຄົນເສຍຊີວິດ ແລະ ຕິດກັບດັກໃຕ້ອຸບມົງ 100 ກວ່າຄົນໃນ ສປປ ເກົາຫລີ ເພາະອຸບມົງທີ່ພວມກໍ່ສ້າງເພື່ອທົດລອງນີວເຄລຍຖະຫລົ່ມກະທັນຫັນ ເຊິ່ງເຫດການດັ່ງກ່າວຄາດວ່າເກີດຂຶ້ນລະຫວ່າງກາງເດືອນຕຸລາ ຫລື ປະມານວັນທີ 16/10/2017 ແຕ່ຂ່າວບໍ່ໄດ້ມີການເປີດເຜີຍ.
ສາເຫດລະເບີດເພາະການສັ່ນສະເທືອນຢ່າງຮຸນແຮງຂອງການຂຸດເຈາະ ແລະ ການທົດລອງລະເບີດ.


