ລະວັງເງິນ ໃບ 100.000 ປອມ

ແຈ້ງເຕືອນຈາກຜູ້ໃຊ້ເຟສບຸກທ່ານຫນຶ່ງ ເມື່ອມີຄົນນຳເງິນປອມມາຊື້ເຄື່ອງ ທຳອິດບໍ່ໄດ້ສັງເກດໃຫ້ດີ ຍ້ອນກຳລັງຊຸນລະມຸນຂາຍເຄື່ອງ ຄົນກຸ່ມນີ້ຈະສວຍໂອກາດຕອນມີຄົນເຂົ້າຮ້ານຫລາຍເພື່ອ ບໍ່ໃຫ້ເຮົາມີເວລາສັງເກດດີດີ ສະນັ້ນຈຶ່ງຟາກເຕືອນພໍ່ແມ່ພີ່ນ້ອງຊາວຄ້າຂາຍ ຖ້າມີຄົນເອົາເງິນໃບ 100.000 ມາຈ່າຍກະລຸນາກວດສອບໃຫ້ດີກ່ອນ ເພື່ອຜົນປະໂຫຍດຂອງທ່ານເອງ

