ທຣຳຊີ້ ມີພຽງຫົນທາງດຽວຮັບມືກັບເກົາຫຼີເໜືອ.

Image result for โดนัล ทรัม



ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່ 8 ຕຸລາວ່າ ປະທານາທິບໍດີໂດນັລທຣໍ້າ ຂອງສະະລັດ ກ່າວຜ່ານທະວິດເຕີ

ໃນວັນເສົາວ່າ ຂະນະນີ້ມີພຽງທາງດຽວທີ່ຈະໄດ້ຮັບຜົນໃນການຮັບມືກັບເກົາຫຼີເໜືອ ເພາະທີ່ຜ່ານມາທັງ

ປະທານາທິບໍດີແລະລັດຖະບານຊຸດຜ່ານມາ ໄດ້ພະຍາຍາມເຈລະຈາກັບເກົາຫຼີເໜືອມາ 25 ປີແລ້ວ ທັງຂໍ້ຕົກລົງແລະ

ຄ່າໃຊ້ຈ່າຍໄປຢ່າງຫຼວງຫຼາຍແຕ່ກໍ່ບໍ່ໄດ້ຮັບຜົນ ທັງຂໍ້ຕົກລົງທີ່ເອີ້ນໄດ້ວ່າເມິກບໍ່ທັນຈາງ ກໍຖືກລະເມີດ ເຮັດໃຫ້ການ

ເຈລະຈາຂອງສະຫະລັດຖືກຫຼອກລວງ ຕ້ອງຂໍໂທດດ້ວຍມີທາງດຽວທີຈະໄດ້ຜົນ

ຖ້ອຍຄໍາຂອງປະທານາທິບໍດີທຣໍ້າ ບໍ່ໄດ້ອ້າງວ່າໝາຍເຖິງຫຍັງ ແຕ່ຄວາມເຫັນດັ່ງກ່າວສະແດງໃຫ້ເຫັນເຖິງຄວາມ

ເປັນໄປໄດ້ວ່າ ການໃຊ້ກໍາລັງທະຫານຢູ່ໃນຄວາມຄິດຂອງລາວ



ທາງດ້ານ ຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອວ່າກ່າວໃນທີ່ປະຊມຄະນະກໍາມາທິການຄົນງານພັກຄອມ

ມິວນິສຕ໌ ເກົາຫຼີເໜືອວ່າ ອາວຸດນິວເຄຣຍຂອງເກົາຫຼີເໜືອຄືເຄື່ອງຢັບຢັ້ງອັນມີອິດທິພົນທີ່ສຸດເພື່ອເປັນຫຼັກປະກັນສັນຕິພາບແລະຄວາມໝັ້ນຄົງຂອງແຫຼມເກົາຫຼີແລະພູມິພາກເອເຊຍຕາເວັນອອກສຽງເໜືອ
Powered by Blogger.