ຄະນະນໍາແຂວງອັດຕະປືຢືນຢັນ 9 ເດືອນທ້າຍປີນີ້ເກັບລາຍຮັບເຂົ້າປະມານໄດ້ 54 ຕື້ກີບ

ในภาพอาจจะมี 1 คน

ໃນໂອກາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ລະຫວ່າງວັນທີ 19-20 ຕຸລາ 2017 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມ ຄະນະພັກ, ຄະນະນຳ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງອັດຕະປື ທີ່ຫໍປະຊຸມໃຫຍ່ຂອງແຂວງ. ກ່ອນອື່ນ ທ່ານໄດ້ຮັບຟັງການລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ຈາກທ່ານ ປອ. ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ເຊິ່ງທ່ານໄດ້ຍົກໃຫ້ເຫັນອັນທີ່ພົ້ນເດັ່ນ ໂດຍສະເພາະໃນໄລຍະຜ່ານມາ ແຂວງອັດຕະປື ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພະນັກງານສຳມະຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີຫຼັກໝັ້ນຊົນຊັ້ຍປະຕິວັດດີ ເປັນເງື່ອນໄຂເອື້ອອຳນວຍໃຫ້ເສດຖະກິດ ໃນປີ 2017ຂະຫຍາຍຕົວ
ในภาพอาจจะมี 8 คน, ผู้คนกำลังยืน

ຕໍ່ເນື່ອງ ສະເລ່ຍບັນລຸ 8%, ລາຍຮັບຕໍຫົວຄົນບັນລຸໄດ້ 1.980 ໂດລາຕໍ່ຄົນຕໍ່ປີ, ອັດຕາເງິນເຟິ້ຢູ່ໃນລະດັບ 0,45%, ສາມາດດືງດູດການລົງທືນ ຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ 4 ໂຄງການໃຫຍ່ ມູນຄ່າ 325 ຕື້ກີບ, ການລົງທືນສ່ວນໃຫຍ່ແມ່ນສຸມໃສ່ ວຽກງານກະສິກຳ, ການບໍລິການ ແລະ ນິຄົມອຸດສະຫະກຳ ໄລຍະ 9 ເດືອນ 2017 ສາມາດເກັບລາຍຮັບພາຍໃນບັນລຸໄດ້ 54 ຕື້ກີບ ເທົ່າກັບ 40,93 % ຂອງແຜນດັດແກ້ລາຍຮັບຂອງແຂວງໝົດປີ.
ໂອກາດດັ່ງກ່າວ ທ່ານ ປະທານປະເທດ ສປປລ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ແຂວງຍາດມາໄດ້ ພ້ອມນັ້ນ: ທ່ານກໍ່ໄດ້ໃຫ້ກຽດໂອ້ລົມ ບັນຫາສຳຄັນ ທ່ານໄດ້ເນັ້ນໃຫ້ແຂວງອັດຕະປື ຖືສຳຄັນວຽກງານ ສືກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານ, ສຳມາຊິກພັກ ຕະຫຼອດຮອດພໍ່ແມ່ນປະຊາຊົນ ໂດຍສົມທົບແໜ້ນ ກັບການປະຕິບັດລະບຽບກົດໝາຍ ມີການໂຄສະນາໃຫ້ເລິກເຊິ່ງ, ທົ່ວເຖິງ ເພື່ອປູກຝັງຈິດສຳນືກ, ປູກຝັງສະຕິເຄົາກົດໝາຍໃນທົ່ວສັງຄົມ ນອກຈາກນັ້ນ ກໍ່ຕ້ອງເພີ່ມທະວີເອົາໃຈໃສ່ ຕໍ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສືກສາ, ສາທາ ແລະ ສົ່ງເສີມການສ້າງພະນັກງານວິຊາການ, ພະນັກງານສືບທອດ ຮັບປະກັນ ເພດ, ເຜົ່າ ເພື່ອສ້າງກຳລັງແຮງ ໃນການສ້າງສາພັດທະນາແຂວງອັດຕະປື ໃຫ້ມີບາດກ້າວຂະຫຍາຍຕົວຂື້ນໄປເລື້ອຍໆ.

Powered by Blogger.