ສ. ເກົາຫລີ ຊ່ວຍ 2 ແສນໂດລາ ສ້າງໂຮງຮຽນປະຖົມບ້ານດາກເຣີນ

ในภาพอาจจะมี 8 คน, คนที่ยิ้ม, ผู้คนกำลังยืน และ สถานที่กลางแจ้ง

(ເຊກອງ,ວັນທີ 09/10/2017), ສະມາຄົມເພື່ອການແບ່ງປັນດ້ານວັດທະນະທຳ ແລະ ສິລະປະຂອງ ສ. ເກົາຫຼີ ຊ່ວຍ ເຫຼືອລ້າມູນຄ່າ 2 ແສນໂດລາ ເພື່ອນຳໃຊ້ເຂົ້າໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານດາກເຣີນ ເມືອງດາກຈຶງ ແຂວງເຊກອງ.
ພິທີເຊັນສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 6 ຕຸລາ 2017 ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງເຊກອງ ລະຫວ່າງທ່ານ ຂັນແກ້ວ ໂຮມອິນຕາ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງເຊກອງ ກັບຜູ້ຕາງໜ້າສະມາຄົມເພື່ອການແບ່ງປັນດ້ານວັດທະນະທຳ ແລະ ສິລະປະຂອງ ສ. ເກົາຫຼີ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນວັນດຽວກັນນີ້ ສະມາຄົມເພື່ອການແບ່ງປັນດ້ານວັດທະນະທຳ ແລະ ສິລະປະຂອງ ສ. ເກົາຫຼີ ຍັງໄດ້ມອບລົດຮັບ-ສົ່ງຄົນເຈັບຈຳນວນ 2 ຄັນໃຫ້ແກ່ແຂວງເຊກອງ ເພື່ອນຳໃຊ້ເຂົ້າໃນວຽກງານສາທາລະນະສຸກກ່າວມອບໂດຍທ່ານຜູ້ຕາງໜ້າສະມາຄົມເພື່ອການແບ່ງປັນດ້ານວັດທະນະທຳ ແລະ ສິລະປະຂອງ ສ. ເກົາຫຼີ ແລະ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງເປັນຜູ້ກ່າວຮັບ.ຂ່າວ-ພາບ : ສັນຍາ ແກ້ວໄຊຍະວົງ

ແຫຼ່ງຂ່າວ : ບອກຂ່າວ ວັນນີ້

Powered by Blogger.