ເຫດຄົນຕີກັນມີຜູ່ບາດເຈັບ 1 ຄົນ ຍ້ອນບໍ່ເຂົ້າໃຈກັນ.

ເຫດຄົນຕີກັນໃນວັນເສົາທີ 28 ເວລາ 20:05 ນາທີ ທາງໜ່ວຍກູ້ໄພມູນນິທິ ພັດທະນາຜາສຸກ ໄດ້ຮັບແຈ້ງເຫດຈາກ: ປະຊາຊົນ ຜ່ານເບີສຸກເສີນ 020 22775959 ວ່າມີຄົນເຈັບຢູ່ ບ້ານຫ້ວຍໝາກພິກ ເມື່ອໜ່ວຍກູ້ໄພມູນນິທິ ພັດທະນາຜາສຸກ ໄປຮອດພົບຜູ້ບາດເຈັບເປັນເພດຊາຍ 1 ຄົນ ຈຸດເກີດເຫດ ບ້ານຫ້ວຍໝາກພິກ ເມືອງ ສີໂຄດຕະບອງ ແຂວງນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນ ກະທົບຫົວ, ມີບາດເເຜຈີກບໍລິເວນດັງ ເມື່ອທາງໜ່ວຍກູ້ໄພ ມູນນິທິ ພັດທະນາຜາສຸກ ໄປຮອດຈຶ່ງໄດ້ ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງໝໍມະໂຫສົດ ຢ່າງຮຽບຮ້ອຍແລະປອດໄພດີ...
ເຈັບປ່ວຍສຸກເສີນແລະອຸປະຕິເຫດໂທ
020 22775959
ບໍລິການຟຣີຕະຫຼອດ 24 ຊົ່ວໂມງ...
020 22775959
ບໍລິການຟຣີຕະຫຼອດ 24 ຊົ່ວໂມງ...
ພາບ-ຂ່າວ: ໜ່ວຍກຸ້ໄພ ພັດທະນາຜາສຸກ


