ຫຼວງພະບາງລົງທຶນ 18 ຕື້ສ້າງທາງ 4 ເລນໃນເທສະບານ

ในภาพอาจจะมี ท้องฟ้า, ต้นไม้ และ สถานที่กลางแจ้ง

ໃນເທດສະບານແຂວງຫຼວງພະບາງເສັ້ນທາງສ່ວນໃຫຍ່ຂັບແຄບ ແຕ່ຈຳນວນພາຫະນະນັບມື້ເພີ່ມຂຶ້ນ ອີກທັ້ງພັດປາຍທາງການທ່ອງທ່ຽວຂອງປະເທດເຮົາ ສະນັ້ນເພື່ອອຳນວຍຄວາມສະດວກແກ່ການຈະລາຈອນ ທາງອຳນາດການປົກຄອງແຂວງຈິ່ງຕັດສິນໃຈນຳໃຊ້ງົບປະມານ 18 ຕື້ກີບ ເພື່ອຂະຫຍາຍເສັ້ນທາງໄກສອນ ພົມວີຫານໃຫ້ເປັນທາງ 4 ເລນ, ໄດ້ຈະໃຫ້ສຳເລັດພາຍໃນປີ 2018.

ในภาพอาจจะมี 10 คน, ผู้คนกำลังยืน, ผู้คนกำลังนั่ง และ อาหาร

ພິທີເຊັນສັນຍາການກໍ່ສ້າງເສັ້ນທາງ ໄກສອນ ພົມວິຫານໄດ້ຈັດຂຶ້ນໃນວັນທີ 19 ຕຸລາ ຜ່ານມາທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງລະຫວ່າງທ່ານ ບຼົງວ່າງ ຫວ່າງເຈຍຊາ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ນາງ ມົນທອງ ວອນທະບີງ ຮອງປະທານບໍລິສັດວອນທະບີງ ໂດຍຊ້ອງໜ້າທ່ານ ບົວຄົງ ນາມມະວົງ ຮອງເຈົ້າແຂວງຫຼວງພະບາງ, ມີຕາງບັນດາພະແນກການ ຕະຫຼອດຮອດພະນັກງານວິຊາການຂອງພະແນກໂຍທາທິການ ແລະ ຂົນສົ່ງເຂົ້າຮ່ວມ.

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และ ธรรมชาติ
ທ່ານ ບຼົງວ່າງ ຫວ່າງເຈຍຊາ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງ ໄກສອນ ພົມວິຫານ ແມ່ນຖະໜົນສາຍຫຼັກ ຂອງເທດສະບານແຂວງຫຼວງພະບາງ ມີລົດແລ່ນ ແລະ ຈອດຫຼາຍສະພາບໜ້າທາງມີການແຕກແຫງ, ຍ້ອນບໍ່ມີລະບົບລະບາຍນໍ້າເຮັດໃຫ້ນັບມື້ຊຸດ ໂຊມລົງເລື້ອຍໆ ສະນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວຈິ່ງຈຳເປັນຕ້ອງຂະຫຍາຍຄວາມກວ້າງຂອງເສັ້ນທາງ ອອກເປັນ 4 ຊ່ອງທາງຈໍລະຈອນ ແລະ ຊ່ອງຈອດລົດ, ສ້ອມແປງຈຸດເປ່ເພ, ສ້ອມແປງທາງຍ່າງ ແລະ ປູຢາງຂົ້ວທັບ ເພື່ອເຮັດໃຫ້ການສັນຈອນມີຄວາມສະດວກຂື້ນຕື່ມ.
ສຳລັບການກໍ່ສ້າງຕົວຈີງ ຈະມີການຂຸດລອກໜ້າທາງ ແລະ ສີ່ງກີດຂວາງຕ່າງໆ ຈາກນັ້ນ ຈະໄດ້ປັບລະດັບໜ້າທາງ ເພື່ອລົງຢາງຂົ້ວທີ່ໄດ້ມາດຕະຖານ ໃນນີ້ໜ້າວຽກທີ່ຕ້ອງເຮັດປະກອບມີ:ຂູດຮື້ຈຸດທີ່ເປ່ເພ ກໍ່ສ້າງຄືນໃໝ່ຂະຫຍາຍໜ້າທາງໃຫ້ໄດ້ 17.7 ແມັດ, ກໍ່ສ້າງລະບົບລະບາຍນໍ້າ, ກໍ່ສ້າງທາງຍ່າງ 2 ຂ້າງທາງປູຢາງຂົ້ວທັບທັງໝົດລວງຍາວ 1,090 ແມັດ; ກວ້າງ 17,7 ແມັດ, ຄວາມກວ້າງໜ້າທາງ: 4ຊ່ອງຈະລາຈອນ 3,5 ລວມ 14 ແມັດ, 2 ຊ່ອງຈອດລົດ 1,85 ລວມ 3,7ແມັດ, ລວມທັງໝົດ: 17,7 ແມັດ ມູນຄ່າລວມທັງໝົດ 18 ຕື້ກີບ ໃນນີ້ວຽກກໍ່ສ້າງ 17.655.000.000 ກີບ, ຄຸ້ມຄອງໂຄງການ 95 ລ້ານກີບ, ທີ່ປຶກສາ 250 ລ້ານກີບ, ໂດຍແມ່ນບໍລິສັດວອນທະບີງກໍ່ສ້າງຂົວທາງຈຳກັດເປັນຜູ້ຮັບເໝົາກໍ່ສ້າງ.
ຂອບໃຈ
ແຫຼ່ງຂ່າວ: ຂ່າວສານຫລວງພະບາງ
Powered by Blogger.