ອິຕົນເດ...!!! ​ເດັກນັກຮຽນອາຍຸ 12 ປີພາດທ່າຕົກອາຄານໂຮງຮຽນບາດເຈັບ.


ໃນວັນພະຫັດ ທີ 26/10/2017 ເວລາ12:00ນາທີ ທາງໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ  ໄດ້ຮັບແຈ້ງເຫດຈາກ: ປະຊາຊົນ  ຜ່ານເບີສຸກເສີນ: 020 22775959.



ວ່າມີອຸບັດເຫດ ຢູ່ ໂຮງຮຽນເກົ້າລ້ຽວ ເມື່ອໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ  ໄປຮອດພົບຜູ້ບາດ ເຈັບ ເປັນເພດຊາຍ 1 ຄົນ ຈຸດເກີດເຫດ: ໂຮງຮຽນເກົ້າລ້ຽວ ຊື່ ທ້າວ ບຸນຍັງ ອາຍຸ 12 ປີ ອາຊີບ ນັກຮຽນ ບ້ານ ໂນນຂີ້ເລັກ ເມືອງ ສີໂຄດຕະບອງ


ແຂວງ ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນ : ຂໍ້ແຂນຫຼຸດ,ເຈັບແອວ ເມື່ອທາງໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ  ໄປຮອດຈຶ່ງໄດ້ ປະຖົມພະຍາບານຂັ້ນຕົ້ນ  ແລ້ວນຳສົ່ງໂຮງໝໍ ມິດຕະພາບ  150 ຕຽງ  ຢ່າງຮຽບຮ້ອຍແລະປອດໄພດີ.......




Cr : laothai.org
Powered by Blogger.