ລັດຖະບານລາວ ແຕ່ງຕັ້ງ “ແສງ ສຸຂະທິວົງ” ເປັນເອກອັກຂະລາດຊະທູດລາວ ປະຈຳປະເທດໄທ
ເມື່ອວັນີ່ 6 ກັນຍາ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສ ປ ປ ລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ແສງ ສຸຂະທິວົງ ໃຫ້ຢູ່ຕໍ່າແໜ່ງເອກອັກຂະລາດຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ປ ປ ລາວ ປະຈຳລາດຊະອານາຈັກໄທ. ໃນໂອກາດດັ່ງກ່າວ ທ່ານ ບຸນຍັງ ໄດ້ກ່າວສະແດງຄວາມຍິນດີ ຊົມເຊີຍ ແລະ ແນະນຳແນວທາງການດຳເນີນວຽກງານ ທີ່ຈະເຮັດໃຫ້ເກີດຜົນປະໂຫຍດສູງສຸດຕໍ່ ການພັດທະນາປະເທດລາວ ລວມເຖີງຄວາມຮ່ວມມືລະຫວ່າງປະເທດ. ດ້ານ ທ່ານ ແສງ ສຸຂະທິວົງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ຢືນຢັນວ່າຈະປະຕິບັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍຢ່າງດີທີ່ສຸດ.