ອອງຊານ ຊູຈີ ເປີດປາກຄັ້ງທຳອິດ ເຜີຍລັດຖະບານ ມຽນມາ ເຮັດວຽກເພື່ອປົກປ້ອງສິດທິ ຂອງຊາວໂລຫິງຢາ.

https://blogger.googleusercontent.com/img/b/R29vZ2xl/AVvXsEioyZOMWfuMe8iRIsDjkpykMoKnT7M6csAXtp6ClhewMy6ngmwnwgrCtK4G9CaCnmmkE-V1uRoOYZL3v82JY5XZCTAW2ixC2zXmRC1kvFpbApJqHVUeHo1sijv5PDgjHnzVBMoVTtygEBw/s640/

ນາງ ອອງຊານ ຊູຈີ ທີ່ປືກສາລັດ ຂອງລັດຖະບານ ມຽນມາ ອອກມາສະແດງຄວາມເຫັນຄັ້ງທຳອິດກ່ຽວກັບສະຖານະການຄວາມຮຸນແຮງ ທີ່ເກີດຂື້ນກັບ ຊາວມຸດສະລິມ ໂລຫິງຢາ ໃນລັດ ຢະໄຂ່ ຂອງ ມຽນມາ ນັບຕັ້ງແຕ່ເກີດຄວາມຮຸນແຮງ ຂື້ນຄັ້ງລ່າສຸດເມື່ອ 2 ອາທິດຜ່ານມາ ເຮັດໃຫ້ມີຊາວ ໂລຫິງຢາ ຕ້ອງອົບພະຍົບໜີໄພຄວາມຮຸນແຮງທີ່ເກີດຂື້ນແລ້ວ ກວ່າ 125,000 ຄົນ. ນາງ ອອງຊານ ຊູຈີ ລະບຸວ່າ ລັດຖະບານມຽນມາກຳລັງເຮັດວຽກ ເພື່ອປົກປ້ອງສິດທິຂອງຊາວ ໂລຫິງຢາ ເພາະ ມຽນມາ ຮູ້ດີວ່າ ແມ່ນຫຍັງຄືການບັ່ນທອນສິດທິມະນຸດ ແລະ ການປົກປ້ອງປະຊາທິປະໄຕ ດັ່ງນັ້ນ ມຽນມາຈະເຮັດໃຫ້ແນ່ໃຈວ່າ ທຸກຄົນໃນປະເທດຈະໄດ້ຮັບການປົກປ້ອງ ສິດທິຂອງແຕ່ລະຄົນ ລວມເຖີງສິດທິຕ່າງໆບໍ່ແມ່ນແຕ່ເລື່ອງການເມືອງ ແຕ່ລວມເຖີງການປົກປ້ອງດ້ານສັງຄົມ ແລະ ດ້ານມະນຸດສະທຳ.
https://blogger.googleusercontent.com/img/b/R29vZ2xl/AVvXsEjhaRQdPwFQ7DNiJcs2B_SQdakMmOTqKPWeRVWipLoxu5MFfEPnBmmMgTGZCur4uodT-CJ5s95DqTGXxLOuzIrL6ecSPVgEejfSqbasD4wmhQhOZOBZk3V3-ciVhCzQ68ey7_cFt5mekCw/s640/


ເຊີ່ງຊ່ວງຫຼັງໆມານີ້ ນາງ ອອງຊານ ຊູຈີ ຖືກທົ່ວໂລກໂຈມຕີຢ່າງໜັກ ວ່າບໍ່ອອກມາເວົ້າກ່ຽວກັບເລື່ອງ ທີ່ກອງກຳລັງທະຫານ ມຽນມາ ໄດ້ສັງຫານໝູ່ ຊາວໂລຫິງຢາ ແລະ ການເຮັດໃຫ້ຊາວ ໂລຫິງຢາຕ້ອງອົບພະຍົບຈາກຖີ່ນທີ່ຢູ່ອາໃສ ເພື່ອໜີໄພສົງຄາມ.
Powered by Blogger.