ຜູ້ນຳສູງສຸດເກົາຫຼີເໜືອລັ່ນວາຈາ ! ເກົາຫຼີເໜືອຕ້ອງທຽບເທົ່າສະຫະລັດທຸກດ້ານ ພ້ອມກ້າວຂື້ນເປັນມະຫາອຳນາດໂລກ.( ມີຄຣິບ )

ເອເອັບພີລາຍງານວັນທີ່ 16 ກັນຍານີ້ວ່າ : ສຳນັກຂ່າວກາງຂອງເກົາຫຼີເໜືອເຜີຍແຜ່ພາບພ້ອມສະແດງເຈດຈຳນົງຫຼ້າສຸດຂອງທ່ານຜູ້ນຳ ຄິມ ຈອງ ອຶນ ຜູ້ນຳສູງສຸດ ຫຼັງທົດລອງຂີປະນາວຸດພິໄສກາງຮວາຊອງ 12 ບິນຂ້າມເກາະຮອກໄກໂດຂອງປະເທດ ຢີປຸ່ນ ຮອບສອງໃນວັນທີ່ 15 ກັນຍາ ວ່າ : ເກົາຫຼີເໜືອຈະເດີນໜ້າໂຄງການອາວຸດນິວເຄຼຍໃຫ້ສຳເລັດໃນເວລາອັນໃກ້ນີ້ ເພື່ອໃຫ້ສັກກະຍາພາບທາງການທະຫານ "ທຽບເທົ່າກັບສະຫະລັດອາເມລິກາ "
ເປົ້າໝາຍສຸດທ້າຍຂອງເຮົາຄືສ້າງກອງກຳລັງທີ່ທຽບເທົ່າກັບສະຫະລັດ ເຮັດໃຫ້ບົດບາດຂອງຜູ້ນຳສະຫະລັດຢຸດເວົ້າເລື່ອງທີ່ຈະໃຊ້ກຳລັງທາງການກັບເກົາຫຼີເໜືອ.
ທ່ານຜູ້ນຳກ່າວ "ຕົ້ນຈະໃຊ້ອຳນາດທັງໝົດ ສຳລັບໂຄງການອາວຸດນິວເຄຼຍທີ່ໃກ້ຈະຮອດຈຸດສຳເລັດແລ້ວ"

ເກົາຫຼີເໜືອເຈດຕະນາຍິງຂີປະນາວຸດຮອບໃໝ່ ເພື່ອຕອບໂຕ້ການລົງມະຕິຂອງລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື ຢູເອັນເອັສຊີ ເມື່ອວັນທີ່ 11 ກັນຍາ ທີ່ເພີ່ມການລົງໂທດເກົາຫຼີເໜືອທີ່ທົດລອງຂີປະນາວຸດຂ້າມທະວີບ ແລະ ອາວຸດນິວເຄຼຍຮອບທີ່ 6.
