ຍຸບເລີກ ແລະ ຖອນໃບທຸລະກິດຮ້ານກິນດື່ມ ທີ່ແຂວງໄຊຍະບູລີ ທີ່ບໍ່ສອດຄ້ອງກັບລະບຽບການຄຸ້ມຄອງທຸລະກິດບໍລິການ


ໃນຕອນບ່າຍຂອງວັນທີ່ 31 ສິງຫາ 2017 ນີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການຄຸ້ມຄອງ ທຸລະກິດບໍລິການ, ຮ້ານອາຫານ ແລະ ຮ້ານກິນດື່ມ ພາຍໃນເມືອງຫົງສາ, ຢູ່ທີ່ກ້ອງປະຊຸມຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫົງສາ ແຂວງໄຊຍະບູລີ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຍົດ ອານຸວົງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ, ມີຫ້ອງການ, ກົມກອງ,ອຳນາດການປົກຄອງບ້ານທີ່ກ່ຽວຂ້ອງ ແລະ ວິຊາການໜ່ວຍງານທ່ອງທ່ຽວເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 3 ທ່ານ.
ໃນໂອກາດດັ່ງກ່າວ ທ່ານ ນາງ ຄຳມີ ພົມມະຈັນ ຮອງໜ່ວຍງານທ່ອງທ່ຽວ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫົງສາ ກໍ່ໄດ້ຂື້ນຜ່ານ ບົດລາຍງານໜ່ວຍງານທ່ອງທ່ຽວ, ລົງວັນທີ 25 ສິງຫາ 2017, ວ່າດ້ວຍຜົນສຳເລັດການລົງກວດກາຄືນ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ ຂອງຫົວໜ່ວຍທຸລະກິດບໍລິການພາຍໃນເມືອງຫົງສາ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມ.

ອິງຕາມກົດໝາຍທ່ອງທ່ຽວ ສະບັບເລກທີ 32/ສພຊ, ລົງວັນທີ 24 ກໍລະກົດ 2013, ພາກທີ X, ມາດຕາ 94, ໝວດທີ I, ຄຳສັ່ງແນະນຳຂອງທ່ານເຈົ້າເມືອງຫົງສາ ເລກທີ 92/ຈມ.ຫສ, ລົງວັນທີ 16 ກັນຍາ 2015 ກ່ຽວກັບການເພີມທະວີຕິດຕາມ, ກວດກາ, ຄຸ້ມຄອງການເຄື່ອນໄຫວ ທຸລະກິດບໍລິການຢູ່ພາຍໃນເມືອງຫົງສາ ແລະ ຕາມທິດຊີ້ນຳຂອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫົງສາຄັ້ງວັນທີ 8 ສິງຫາ 2017, ວ່າດ້ວຍການກວດກາຄືນຫົວໜ່ວຍທຸລະກິດບໍລິການ ຮ້ານກິນດື່ມ ຢູ່ພາຍໃນເມືອງຫົງສາ ໃຫ້ເຂົ້າສູ່ລະບຽບຢ່າງເຂັ້ມງວດ.
ຜ່ານການລົງກວດກາຕາມຄຳສັ່ງແນະນຳດັ່ງກ່າວ ທີ່ໄດ້ລົງເຄື່ອນໄຫວຮ່ວມກັບຄະນະກຳມະການກວດກາ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງຫົງສາ ແຂວງໄຊຍະບູລີ, ໃນລະຫວ່າງວັນທີ 22-24 ສິງຫາ 2017 ຢ່າງລະອຽດຄົບຊຸດ ໄດ້ທັງໝົດ 24 ຫົວໜ່ວຍ, ໃນນີ້ມີຮ້ານກິນດື່ມ 22 ຫົວໜ່ວຍ, ຮ້ານອາຫານ 1 ຫົວໜ່ວຍ.

ຈາກນັ້ນກອງປະຊຸມດັ່ງກ່າວກໍ່ໄດ້ມີການແລກປ່ຽນ ປຶກສາຫາລື, ຄົ້ນຄ້ວາຄວາມເປັນໄປໄດ້ ຂອງຫົວໜ່ວຍທຸລະກິດດັ່ງກ່າວໃນທີ່ປະຊຸມ ເຫັນວ່າ ບໍ່ເໝາະສົມໃຫ້ສືບຕໍ່ເປີດນຳໃຊ້ບໍລິການ ຈຶ່ງໄດ້ເປັນເອກະພາບກັນ ໃຫ້ຖອນໃບອະນຸຍາດດຳເນີນທຸລະກິດ 23 ຮ້ານ, ທີ່ເປັນຮ້ານກິນດື່ມດ້ານການບໍລິການທາງຊູ້ສາວ, ໝົ້ວສຸມກັນທາງສັງຄົມ ແລະ ບໍ່ຖືກຕ້ອງຕາມລະບຽບຫຼັກການ ເຮັດໃຫ້ວັດທະນະທຳອັນດີງາມຂອງຊາດ ກໍ່ຄືເມືອງຫົງສາ ບໍ່ມີຄວາມເປັນລະບຽບຮຽບຮ້ອຍຕື່ມອີກ.

Powered by Blogger.