ລັດຖະບານກໍານົດນະໂຍບາຍ ລັດຖະກອນໃໝ່ ໃຫ້ມີຄວາມຫັດກຸມ ແລະ ປະສິດທິພາບ

ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ສະພາບຜົນກະທົບເສຍຫາຍຈາກໄພນ້ຳຖ້ວມ ຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາດ້ານຫຼັກການຮ່າງດຳລັດ ວ່າດ້ວຍວັນພັກຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ ຮ່າງດຳລັດວ່າດ້ວຍເງິນເບ້ຍລ້ຽງສຳລັບນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດໃນສາຍສາມັນສຶກສາ ໃນນັ້ນ ກອງປະຊຸມໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳເອົາຮ່າງດຳລັດດັ່ງກ່າວໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ພ້ອມທັງສົມທົບກັບຂະແໜງການກ່ຽວຂ້ອງກັບການສ້າງນິຕິກຳ ເພື່ອສືບຕໍ່ຄົ້ນຄວ້າເບິ່ງຄວາມເໜາະສົມຕື່ມ.
ຕໍ່ກັບການນຳໃຊ້ສູນດາຕາເຊັນເຕີ (Data Center) ເຂົ້າໃນການຫັນເປັນທັນສະໄໝ ເພື່ອພັດທະນາເສດຖະກິດ-ສັງຄົມ ກອງປະຊຸມໄດ້ຊີ້ນຳໃຫ້ບັນດາຂະແໜງການຕ່າງໆ ປະສານສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອນຳໃຊ້ສູນໃຫ້ມີປະສິດທິຜົນສູງຂຶ້ນ ສາມາດຮັບປະກັນ ແລະ ຮັກສາຂໍ້ມູນຂ່າວສານໄດ້ ທັງນີ້ ເພື່ອເຮັດໃຫ້ສູນດັ່ງກ່າວຖືກນຳໃຊ້ ແລະ ເກີດຜົນປະໂຫຍດສູງສຸດ ພາຍຫຼັງບັນດາຂະແໜງການຕ່າງໆນຳໃຊ້ສູນດັ່ງກ່າວແລ້ວ ໃຫ້ຂະແໜງການກ່ຽວຂ້ອງລາຍງານຜົນການນຳໃຊ້ໃຫ້ລັດຖະບານຊາບຕື່ມອີກ.
ສຳລັບບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ປະຈຳປີ 2017 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2018 ຜ່ານການຮັບຟັງການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ ປີ 2017 ທົ່ວປະເທດມີພະນັກງານ-ລັດຖະກອນທັງໝົດ 183.680 ຄົນ ຍິງ 84.268 ຄົນ (ຂັ້ນສູນກາງມີ 26.727 ຄົນ ຍິງ 11.546 ຄົນ ຂັ້ນແຂວງມີ 36.170 ຄົນ ຍິງ 15.109 ຄົນ ແລະ ຂັ້ນເມືອງມີ 120.783 ຄົນ ຍິງ 57.613 ຄົນ) ທຽບໃສ່ພົນລະເມືອງເທົ່າກັບ 2,8% ທຽບໃສ່ບັນດາໃນປະເທດອາຊຽນຢູ່ອັນດັບທີ 3 ກອງປະຊຸມໄດ້ຕົກລົງເປັນເອກະພາບກັນວ່າ: ເຫັນດີອະນຸມັດຕົວເລກລັດຖະກອນໃໝ່ ປະຈຳປີ 2018 ເພື່ອທົດແທນພະນັກງານ-ລັດຖະກອນທີ່ໄດ້ອອກທຸກຮູບການເທົ່ານັ້ນ ສ່ວນຕົວເລກລາຍລະອຽດແມ່ນຈະໄດ້ມີຂໍ້ຕົກລົງວ່າດ້ວຍການອະນຸມັດຕົວເລກລັດຖະກອນ ປີ 2018 ສະເພາະໃນນັ້ນໃຫ້ທຸກພາກສ່ວນຢູ່ສູນກາງ ແລະ ທ້ອງຖິ່ນກວດກາຄືນບັນດາຕຳແໜ່ງງານອັນໃດທີ່ຈຳເປັນ ແລະ ອັນໃດທີ່ບໍ່ຈຳເປັນ ເພື່ອເຮັດໃຫ້ພະນັກງານຜູ້ໜຶ່ງສາມາດເຮັດວຽກໄດ້ຫຼາຍຕຳແໜ່ງງານ ສິ່ງສຳຄັນ ກົງຈັກການຈັດຕັ້ງແຕ່ສູນກາງລົງຫາທ້ອງຖິ່ນບໍ່ໄດ້ຂະຫຍາຍເພີ່ມ ຄຽງຄູ່ກັບການເພີ່ມມາດຕະຖານພະນັກງານ-ລັດຖະກອນ ເພື່ອຮັບປະກັນໃຫ້ມີຄຸນະພາບ ມີຄວາມຮັບຜິດຮັບຊອບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ.
ພາບ-ຂ່າວ: ຫນັງສືພິມວຽງຈັນໃຫ່ມ